วันอังคารที่ 31 กรกฎาคม พ.ศ. 2561

ເຂື່ອນໄຟຟ້າດອນສະໂຮງ เขื่อนดอนสะโฮง

ເຂື່ອນໄຟຟ້າດອນສະໂຮງ ຄືບໜ້າເກືອບ60%, ທ້າຍປີໜ້າເປີດການຜະລິດໄດ້


ທ່ານ ຄຳມະນີ ອິນທິລາດ ກຳມະການສູນກາງພັກ ລັດ ຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ, ຕິດ ຕາມ, ກວດກາ ແລະ ຊຸກຍູ້ການ ກໍ່ສ້າງໂຄງການເຂື່ອນໄຟຟ້າ ດອນສະໂຮງ ເມື່ອວັນທີ 18 ພຶດສະພາຜ່ານມາ ໂດຍໄດ້ ຮັບການຕ້ອນຮັບ ແລະ ລາຍ ງານຄວາມຄືບໜ້າຂອງໂຄງ ການຈາກທ່ານ Zim See Seng ຫົວໜ້າວິສາວະກອນ ປະຈຳພາກສະໜາມ ພ້ອມ ດ້ວຍພະນັກງານ-ກຳມະກອນ ປະຈຳພາກສະໜາມ.



ທ່ານ Zim See Seng ກ່າວວ່າ: ໂຄງການກໍ່ສ້າງເຂື່ອນ ໄຟຟ້າດອນສະໂຮງ ເປັນໜຶ່ງ ໃນບັນດາໂຄງການເຂື່ອນໄຟ ຟ້າທີ່ພັດທະນາຕາມລຳແມ່ນ້ຳ ຂອງໃນດິນແດນຂອງ ສາທາລະ ນະລັດ ປະຊາທິປະໄຕ ປະຊາ ຊົນລາວ ມີທີ່ຕັ້ງຢູ່ທາງພາກໃຕ້ ໃນ ເຂດສີ່ພັນດອນ ເມືອງໂຂງ ແຂວງຈຳປາສັກ. ໂຄງການໄດ້ ເຊັນ MOU ໃນວັນທີ 23 ມີນາ 2006; ຕໍ່ມາວັນທີ 13 ກຸມພາ 2008 ໄດ້ເຊັນສັນຍາພັດທະ ນາໂຄງການ (PDA) ແລະ ມາ ຮອດວັນທີ 5 ມັງກອນ 2016 ໂຄງການໄດ້ເລີ່ມລົງມືກໍ່ສ້າງ ຢ່າງເປັນທາງການ ໂດຍແມ່ນ ບໍລິສັດໄຟຟ້າດອນສະໂຮງ ເປັນຜູ້ໄດ້ຮັບສິດພັດທະນາ ແລະ ສຳປະທານຈາກລັດຖະ ບານ.

ມາຮອດປັດຈຸບັນ ໂຄງ ການກໍ່ສ້າງສຳເລັດແລ້ວ 59% ຄາດວ່າຈະໃຫ້ສຳເລັດ 100% ແລະ ສາມາດເປີດຜະລິດ-ຂາຍ ໄຟຟ້າຢ່າງເປັນທາງການ ໃນ ທ້າຍປີ 2019 ທີ່ຈະມາເຖິງນີ້. ໂຄງການເຂື່ອນໄຟຟ້າ ດອນສະໂຮງ ເປັນເຂື່ອນປະ ເພດຄອນກຣີດອັດແໜ້ນ ຫຼື RCC, ມີກຳລັງຕິດຕັ້ງ 260 MW, ສາມາດຜະລິດກະແສ ໄຟຟ້າໄດ້ 2.000 ກວ່າ Gwh/ປີ.

ເມື່ອໂຄງການກໍ່ສ້າງສຳ ເລັດ ຈະເຮັດໃຫ້ການສະໜອງ ພະລັງງານໄຟຟ້າຢູ່ພາກໃຕ້ ຂອງປະເທດໄດ້ຊົມໃຊ້ຢ່າງ ພຽງພໍ ໂດຍສະເພາະພາຍໃນ ແຂວງຈຳປາສັກ ຊຶ່ງເປັນແຂວງ ໜຶ່ງທີ່ມີພື້ນຖານເສດຖະກິດ ຂະໜາດໃຫຍ່ ແລະ ຂະຫຍາຍ ຕົວສູງ, ມີຄວາມຕ້ອງການ ດ້ານພະລັງງານຫຼາຍ. ນອກຈາກການສະໜອງ ພະລັງງານພາຍໃນປະເທດ ແລ້ວ ໂຄງການຍັງຈະຂາຍ ອອກໄປຕ່າງປະເທດຕື່ມອີກ. ໃນນັ້ນ ເປົ້າໝາຍຕົ້ນຕໍຂອງ ໂຄງການແມ່ນຣາຊະອານາ ຈັກກຳປູເຈຍ ແລະ ຣາຊະອາ ນາຈັກໄທ ເພື່ອນຳເອົາເງິນຕາ ຕ່າງປະເທດເຂົ້າມາພັດທະນາ ເສດຖະກິດ-ສັງຄົມ ໃຫ້ມີການ ຂະຫຍາຍຕົວຢູ່ໃນລະດັບທີ່ ແນ່ນອນ ແລະ ໝັ້ນຄົງ, ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ ຮັບການປັບປຸງດີຂຶ້ນ ໂດຍສະ ເພາະແມ່ນປະຊາຊົນຢູ່ອ້ອມ ແອ້ມໂຄງການຕັ້ງຢູ່ ຊຶ່ງໂຄງ ການມີກອງທຶນພັດທະນາທ້ອງ ຖິ່ນ 1 ລ້ານໂດລາຕໍ່ປີ ຕະຫຼອດ ອາຍຸສັນຍາສຳປະທານ 25 ປີ.

ນອກຈາກນີ້ ລັດຖະບານ ຍັງມີ ລາຍຮັບຈາກການເກັບພາສີ, ອາກອນ, ເງິນປັນຜົນຈາກໂຄງ ການ. ນອກຈາກລັດຖະບານ ຈະໄດ້ຮັບຜົນປະໂຫຍດທາງ ກົງແລ້ວ ຍັງໄດ້ຮັບຜົນປະ ໂຫຍດທາງອ້ອມຢ່າງຫຼວງຫຼາຍ ເປັນຕົ້ນແມ່ນການກໍ່ສ້າງພື້ນ ຖານໂຄງລ່າງ (ຖະໜົນຫົນ ທາງ, ຂົວຂ້າມດອນສະໂຮງ, ຍົກຍ້າຍ-ຈັດສັນ-ກໍ່ສ້າງທີ່ຢູ່ ໃໝ່ ແລະ ຟື້ນຟູຊີວິດການເປັນ ຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນ ກະທົບຈາກໂຄງການ, ກໍ່ສ້າງ ໂຮງຮຽນ, ສຸກສາລາ, ໄຟຟ້າ, ນ້ຳປະປາ ແລະ ສິ່ງອຳນວຍ ຄວາມສະດວກອື່ນໆ ຊຶ່ງບໍ່ເຄີຍ ມີມາກ່ອນ).

ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ກໍໄດ້ໃຫ້ ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ບາງບັນຫາ ເພື່ອໃຫ້ຜູ້ພັດທະ ນາໂຄງການໄດ້ສືບຕໍ່ຈັດຕັ້ງ ປະຕິບັດໂຄງການໃຫ້ສຳເລັດ ຕາມແຜນການທີ່ວາງໄວ້ ຊຶ່ງ ກ່ອນອື່ນ ທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການ ນຳ ແລະ ພະນັກງານ-ກຳມະ ກອນຂອງບໍລິສັດທຸກຄົນ ທີ່ໄດ້ ຕັ້ງໜ້າເອົາໃຈໃສ່ໃນການກໍ່ ສ້າງໂຄງການ ຈົນບັນລຸຕາມ ເປົ້າໝາຍ ໂດຍສະເພາະແມ່ນ ວຽກງານສັງຄົມ, ສິ່ງແວດລ້ອມ ວຽກງານເຕັກນິກ ແລະ ວຽກ ງານອື່ນໆ. ພ້ອມນີ້ ທ່ານຍັງ ຮຽກຮ້ອງໃຫ້ຜູ້ພັດທະນາສືບຕໍ່ ຮັກສາມູນເຊື້ອຜ່ານມາ ເພື່ອ ຜົນປະໂຫຍດສູງສຸດຂອງປະ ເທດຊາດ ກໍຄືຂອງໂຄງການ ໂດຍສະເພາະການປະຕິບັດ ກົດໝາຍ, ລະບຽບການຂອງ ສປປ ລາວ, ການປະຕິບັດ ມາດ ຕະຖານ-ເຕັກນິກຂອງການ ກໍ່ສ້າງໂຄງການຢ່າງເຂັ້ມງວດ.



ไม่มีความคิดเห็น:

แสดงความคิดเห็น